ນະໂຍບາຍນີ້ອະທິບາຍວ່າ DOISAN ເກັບກຳ, ນຳໃຊ້ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແນວໃດ ເມື່ອທ່ານນຳໃຊ້ເວັບໄຊ DOISAN (doisan.la) ແລະ ແອັບພລິເຄຊັນທັງສອງຂອງພວກເຮົາ: DOISAN ສຳລັບຜູ້ໂດຍສານ (la.doisan.user) ແລະ DOISAN Driver ສຳລັບຄົນຂັບ (la.doisan.driver). ຜູ້ໃຫ້ບໍລິການ ແລະ ຜູ້ຮັບຜິດຊອບຂໍ້ມູນ ແມ່ນ DOISAN CO., LTD, ຕິດຕໍ່: contact@doisan.la. ນະໂຍບາຍນີ້ນຳໃຊ້ຮ່ວມກັບ ຂໍ້ກຳນົດການນຳໃຊ້ທົ່ວໄປ ແລະ ຄວາມເປັນສ່ວນໂຕ ຂອງ DOISAN, ໂດຍສະເພາະຂໍ້ 11.
1. ຂໍ້ມູນທີ່ພວກເຮົາເກັບກຳ
ເມື່ອທ່ານລົງທະບຽນຮັບຂ່າວສານໃນເວັບໄຊນີ້
- ຊື່ ແລະ ອີເມວຂອງທ່ານ
- ບໍລິການທີ່ທ່ານເລືອກວ່າສົນໃຈ: ເດີນທາງໃນເມືອງ, Women to Women, ເດີນທາງລະຫວ່າງເມືອງ, ສົ່ງເຄື່ອງດ່ວນ, ຂົນສົ່ງສິນຄ້າ, ຂົນສົ່ງສຳລັບທຸລະກິດ, ລາກລົດ, ໂຄສະນາກັບ DOISAN.Ads ຫຼື ການເປັນຄົນຂັບ
- ການຍິນຍອມຮັບຂ່າວສານຂອງທ່ານ ພ້ອມວັນທີ ແລະ ເວລາທີ່ລົງທະບຽນ
- ໜ້າເວັບທີ່ທ່ານສົ່ງແບບຟອມ
ເມື່ອທ່ານລົງທະບຽນ ຫຼື ນຳໃຊ້ແອັບ DOISAN ຫຼື DOISAN Driver
ຂໍ້ມູນທີ່ທ່ານສະໜອງໃນແບບຟອມລົງທະບຽນ ຫຼື ແບບຟອມສະໝັກ ເຊັ່ນ: ຊື່, ເລກບັດປະຈຳຕົວ, ທີ່ຢູ່, ເບີໂທລະສັບ, ເພດ, ວັນເດືອນປີເກີດ ແລະ ອີເມວ ຕາມທີ່ລະບຸໄວ້ໃນຂໍ້ 11.2 ຂອງຂໍ້ກຳນົດການນຳໃຊ້, ແລະ ຂໍ້ມູນຕຳແໜ່ງຕາມຂໍ້ 2 ຂ້າງລຸ່ມ.
ຂໍ້ມູນທາງເຕັກນິກ
ເຊີບເວີຂອງເວັບໄຊອາດບັນທຶກທີ່ຢູ່ IP ແລະ ປະເພດບຣາວເຊີໂດຍອັດຕະໂນມັດ ເພື່ອຄວາມປອດໄພຂອງລະບົບ. ເພື່ອປ້ອງກັນການສົ່ງແບບຟອມທີ່ເປັນສະແປມ, ລະບົບແບບຟອມຈະປ່ຽນທີ່ຢູ່ IP ຂອງທ່ານເປັນລະຫັດທີ່ອ່ານຄືນບໍ່ໄດ້ ແລະ ລຶບອັດຕະໂນມັດພາຍໃນ 15 ນາທີ. ໜ້າເວັບສາທາລະນະຂອງພວກເຮົາບໍ່ໃຊ້ຄຸກກີ້ ແລະ ບໍ່ໃຊ້ເຄື່ອງມືຕິດຕາມ ຫຼື ໂຄສະນາຂອງບຸກຄົນທີສາມ.
2. ຂໍ້ມູນຕຳແໜ່ງ (Location)
ແອັບຜູ້ໂດຍສານ DOISAN
ແອັບ DOISAN ເກັບຕຳແໜ່ງແບບລະອຽດ (precise location) ຂອງອຸປະກອນທ່ານ ໃນຂະນະທີ່ທ່ານກຳລັງໃຊ້ແອັບ ເພື່ອກຳນົດຈຸດຮັບ ແລະ ຈຸດສົ່ງ, ຄຳນວນຄ່າໂດຍສານ ແລະ ຊອກຫາຄົນຂັບທີ່ຢູ່ໃກ້ທ່ານ.
ແອັບຄົນຂັບ DOISAN Driver
ແອັບ DOISAN Driver ເກັບຕຳແໜ່ງແບບລະອຽດ ລວມທັງໃນຂະນະທີ່ແອັບເຮັດວຽກຢູ່ເບື້ອງຫຼັງ ຫຼື ບໍ່ໄດ້ເປີດໜ້າແອັບຢູ່, ຕະຫຼອດໄລຍະທີ່ຄົນຂັບຢູ່ໃນສະຖານະ Online. ພວກເຮົາໃຊ້ຂໍ້ມູນນີ້ເພື່ອຈັບຄູ່ຄົນຂັບກັບງານທີ່ຢູ່ໃກ້ ແລະ ສະແດງຕຳແໜ່ງລົດໃຫ້ຜູ້ໂດຍສານເຫັນລະຫວ່າງການເດີນທາງ. ແອັບຈະຢຸດເກັບຕຳແໜ່ງ ເມື່ອຄົນຂັບປ່ຽນເປັນສະຖານະ Offline.
ຜູ້ທີ່ໄດ້ຮັບຂໍ້ມູນຕຳແໜ່ງ
- ຜູ້ໂດຍສານ ແລະ ຄົນຂັບໃນງານດຽວກັນ, ສະເພາະໃນລະຫວ່າງງານນັ້ນ
- Google Maps ເພື່ອສະແດງແຜນທີ່ ແລະ ຄຳນວນເສັ້ນທາງ. Google ນຳໃຊ້ຂໍ້ມູນນີ້ຕາມ ນະໂຍບາຍຄວາມເປັນສ່ວນຕົວຂອງ Google
ໄລຍະເວລາເກັບຮັກສາ ແລະ ການຂໍລຶບ
ຈຸດຮັບ, ຈຸດສົ່ງ ແລະ ເສັ້ນທາງຂອງແຕ່ລະການເດີນທາງ ຖືກເກັບໄວ້ກັບປະຫວັດການເດີນທາງຂອງທ່ານ ຕາບໃດທີ່ບັນຊີຂອງທ່ານຍັງເປີດໃຊ້ຢູ່, ແລະ ຈະຖືກລຶບພາຍໃນ 30 ວັນ ຫຼັງຈາກທ່ານລຶບບັນຊີ. ຕຳແໜ່ງແບບສົດ (real-time) ຂອງຄົນຂັບ ບໍ່ຖືກເກັບໄວ້ຫຼັງຈາກການເດີນທາງສິ້ນສຸດ.
ທ່ານສາມາດຂໍລຶບຂໍ້ມູນໄດ້ 2 ວິທີ: ລຶບບັນຊີໄດ້ເອງໃນແອັບ ຫຼື ສົ່ງອີເມວຫາ contact@doisan.la.
ການປິດສິດເຂົ້າເຖິງຕຳແໜ່ງ
ທ່ານສາມາດປິດສິດເຂົ້າເຖິງຕຳແໜ່ງໄດ້ທຸກເວລາ ໃນການຕັ້ງຄ່າຂອງອຸປະກອນ. ແຕ່ເມື່ອປິດແລ້ວ, ຜູ້ໂດຍສານຈະບໍ່ສາມາດເອີ້ນລົດໄດ້ ແລະ ຄົນຂັບຈະບໍ່ສາມາດຮັບງານໄດ້.
3. ພວກເຮົານຳໃຊ້ຂໍ້ມູນເພື່ອຫຍັງ
- ສົ່ງຂ່າວສານການເປີດຕົວ DOISAN ໃຫ້ທ່ານທາງອີເມວ ຕາມທີ່ທ່ານໄດ້ຍິນຍອມ
- ແຈ້ງຂັ້ນຕອນການສະໝັກໃຫ້ຜູ້ທີ່ສົນໃຈເປັນຄົນຂັບ ເມື່ອພວກເຮົາພ້ອມເປີດຮັບ
- ໃຫ້ບໍລິການຜ່ານແອັບ DOISAN ແລະ ຕິດຕໍ່ທ່ານຜ່ານການແຈ້ງເຕືອນ, ອີເມວ, ໂທລະສັບ ຫຼື ຂໍ້ຄວາມ ລວມທັງເພື່ອການຕະຫຼາດ ຕາມຂໍ້ 11.4 ຂອງຂໍ້ກຳນົດການນຳໃຊ້. ທ່ານບໍ່ຈຳເປັນຕ້ອງຍິນຍອມຮັບການຕະຫຼາດ ເພື່ອນຳໃຊ້ບໍລິການ
- ໃຊ້ຂໍ້ມູນຕຳແໜ່ງ ເພື່ອກຳນົດຈຸດຮັບ-ສົ່ງ, ຄຳນວນຄ່າໂດຍສານ, ຈັບຄູ່ຄົນຂັບກັບງານທີ່ຢູ່ໃກ້ ແລະ ສະແດງຕຳແໜ່ງລົດລະຫວ່າງການເດີນທາງ (ຂໍ້ 2)
- ໃຊ້ຂໍ້ມູນເພດ ເພື່ອຈັດຄົນຂັບຍິງ ໃຫ້ຜູ້ໂດຍສານທີ່ເລືອກບໍລິການ Women to Women
- ຮັກສາຄວາມປອດໄພຂອງເວັບໄຊ ແລະ ປ້ອງກັນການສໍ້ໂກງ ຫຼື ສະແປມ
ການສະໜອງຂໍ້ມູນສ່ວນຕົວແມ່ນເປັນການສະໝັກໃຈ. ແຕ່ຖ້າທ່ານບໍ່ໃຫ້ຂໍ້ມູນທີ່ຈຳເປັນ, ພວກເຮົາອາດບໍ່ສາມາດສົ່ງຂ່າວສານ ຫຼື ໃຫ້ບໍລິການແກ່ທ່ານໄດ້ (ຂໍ້ 11.3).
4. ການເກັບຮັກສາ ແລະ ຄວາມປອດໄພ
- ຂໍ້ມູນທີ່ສົ່ງຜ່ານແບບຟອມໃນເວັບໄຊນີ້ ຖືກເກັບໄວ້ໃນກ່ອງຂໍ້ຄວາມສ່ວນຕົວຂອງ DOISAN ເທິງເຊີບເວີຂອງພວກເຮົາ ໃນບ່ອນທີ່ບໍ່ສາມາດເຂົ້າເຖິງຈາກອິນເຕີເນັດໄດ້ ແລະ ເປີດເບິ່ງໄດ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດດ້ວຍລະຫັດຜ່ານເທົ່ານັ້ນ.
- ເມື່ອທ່ານສົ່ງແບບຟອມ, ລະບົບອາດສົ່ງອີເມວແຈ້ງເຕືອນ ທີ່ມີຊື່, ອີເມວ ແລະ ບໍລິການທີ່ທ່ານເລືອກ ໄປຫາອີເມວຂອງ DOISAN (contact@doisan.la).
- ເຊີບເວີຂອງເວັບໄຊຕັ້ງຢູ່ທີ່ປະເທດສິງກະໂປ ໂດຍຜູ້ໃຫ້ບໍລິການ DigitalOcean.
- ການເຊື່ອມຕໍ່ລະຫວ່າງທ່ານກັບເວັບໄຊຖືກເຂົ້າລະຫັດດ້ວຍ HTTPS.
- ພວກເຮົາເກັບຂໍ້ມູນຂອງທ່ານໄວ້ຕາມໄລຍະທີ່ຈຳເປັນສຳລັບຈຸດປະສົງຂ້າງເທິງ ຫຼື ຈົນກວ່າທ່ານຈະຂໍໃຫ້ລຶບ.
6. ສິດຂອງທ່ານ
ທ່ານສາມາດຕິດຕໍ່ພວກເຮົາໄດ້ທຸກເວລາ ເພື່ອ:
- ຂໍເບິ່ງຂໍ້ມູນສ່ວນຕົວທີ່ພວກເຮົາເກັບໄວ້ກ່ຽວກັບທ່ານ
- ຂໍໃຫ້ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ
- ຂໍໃຫ້ລຶບຂໍ້ມູນຂອງທ່ານ ຫຼື ລຶບບັນຊີໄດ້ເອງໃນແອັບ. ເມື່ອລຶບບັນຊີ, ຂໍ້ມູນຕຳແໜ່ງ ແລະ ປະຫວັດການເດີນທາງຂອງທ່ານຈະຖືກລຶບພາຍໃນ 30 ວັນ
- ຖອນການຍິນຍອມ ແລະ ຢຸດຮັບຂ່າວສານ
ກະລຸນາສົ່ງອີເມວຫາ contact@doisan.la ໂດຍໃຊ້ອີເມວ ຫຼື ເບີໂທລະສັບດຽວກັບທີ່ທ່ານລົງທະບຽນໄວ້.
7. ການປ່ຽນແປງນະໂຍບາຍ
ພວກເຮົາອາດປັບປຸງນະໂຍບາຍນີ້ເປັນບາງຄັ້ງຄາວ. ວັນທີປັບປຸງຫຼ້າສຸດຈະສະແດງໄວ້ຢູ່ເທິງສຸດຂອງໜ້ານີ້.
8. ຕິດຕໍ່ພວກເຮົາ
DOISAN CO., LTD · ນະຄອນຫຼວງວຽງຈັນ, ສປປ ລາວ
ອີເມວ: contact@doisan.la
ແອັບ: DOISAN (la.doisan.user) · DOISAN Driver (la.doisan.driver)